ນະໂຍບາຍ ແລະ ເງືອນ ການສັງຊື້ ແລະ ບໍ​ລິ​ການ ຂອງ24online.la

ຍິນ​ດີ​ຕອນ​ຮັບ ເຂົ້າສູ້ www.24online.la, ກະ​ລຸ​ນາ ອ່ານ ແລະ ທຳ​ຄວາມ​ເຂົາໃຈ ຂໍ​ກຳ​ນົດ ແລະ ເງື່ອນໄຂ ລຸ່ມ​ນີ້​ຍ່າງ​ລະ​ອຽດ

ໂດຍ​ການ ເຂົ້າ​ເຖິງ ແລະ ນຳ​ໃຊ້ ເວບ​ໄຊ ນີ້ ທ່າ​ນ​ໄດ້ ເຫັນ​ດີ ແລະ ຍິນຍອມ ຕາມ​ເງື່ອນ​ໄຂ ດັ່ງ​ຕໍ່​ໄປ​ນີ້


1- ກິດ​ຈະ​ກຳ ທີ່​ຕ້ອງ​ຫ້າມ 

-  ​ປອມ​ເປັນ​ບຸ​ກູຄົນ​ອື່ນ ແລະ ນຳ​ໃຊ້ ບັນ​ຊີ ຂອງ​ບຸກ​ຄົນ​ນັ້ນ ເພື່ອ​ທຳ​ການ​ສັງ​ຊື້ ຫລື ດຳ​ເນີນ ກິດ​ຈະ​ກຳ ທີ່​ຜິດ​ກົດ​ຫມາຍ ຫລື ສົ່ງ​ຜົນ​ກະ​ທົບ ຕໍ່​ເວບ​ໄຊ ຫລື ບຸກ​ຄົນ​ທີ່​ສາມ ຫລື ເຈົ້າ​ຂອງ​ບັນ​ຊີ

- ສັງ​ຊື້ ສິນ​ຄ້າ ທີ່​ຕ້ອງ​ຫ້າມ ໃນ​ການ​ນຳ​ເຂົ້າ ຫລື ສົ່ງ ນອກ​ປະ​ເທດ (ຈີນ)ເຊັ່ນ: ຍາ​ເສບ​ຕິດ, ອາ​ວຸດ, ອຸ​ປະ​ກອນ​ທາງ​ເພດ​ສຳ​ພັນ , ສານ​ເຄ​ມີ​ຕ້ອງ​ຫ້າມ, ທັນ​ຍາ​ພືດ ທີ່​ສົ່ງ​ຜົນ​ທຳ​ລາຍ ຕໍ່​ກັບ​ປະ​ເທດ​ປາຍ​ທາງ 


2- ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ ແລະ ການ​ຍົກ ເລີກການ​ເຂົ້າ ເປັນ​ສະ​ມາ​ຊິກ ກັບ 24

  1. ລູ​ກຄ້າ ທີ່ ນຳ​ໃຊ້ 24online.la ​ຈະຕ້ອງ​ໄດ້ ຕື່ມ​ຂໍ​ມູນ​ສ່ວນ ເພື່ອ​ສະ​ຫ​ນັກ​ເຂົ້າ​ມາ​ເປັນ​ສະ​ມາ​ຊິກ ເພື່ອ​ເປັນ ຂໍ​ມູນ​ໃນ​ການ​ຕິດ​ຕໍ່ ແລະ ການ​ຈດ​ສົ່ງ​ສິນ​ຄ້າ ເຊ​ັ່ນ : ຊຶ ແລະ ນາມ​ສະ​ກຸນ, ເບີ​ໂທ, ອີ​ເມວ, ສະ​ຖານ​ທີ ຈັດ​ສົ່ງ ຖ້າ​ຂໍ​ມູນບໍ່​ຊັດ​ເຈນ ລະ​ບົບ ຈະ​ຍົກ​ເລີກ ການ​ສະ​ຫ​ນັກ​ຂອງ​ສະ​ມາ​ຊິກນ​ັ້ນ ທັນ​ທີ
  2. ພວກ​ເຮົາ ບໍ່​ສິດ ທີ່​ຈະ ເປີດ ເຜີຍ ຂໍ​ມູນ ສ່ວນ​ບຸກ​ຄົນ ນອກ​ຈາກຈະ​ໄດ້ ຄວາມ​ເຫັນ​ດີ ຈາກ ສະ​ມາ​ຊິກ ຫລື ໃນ​ກໍ​ລະ​ນີ ທີ່​ມີ​ການ​ຮຽກ​ຮ້ອງ​ຂໍ​ມູນ​ຈາກ ພາກ​ສ່ວນ ເຈົ້າ ຫຍ​ນ້າ​ທີ 
  3. ໃນ​ການ​ຍົກ​ເລີກ ສະ​ມາ​ຊິກ ແມ່​ນ​ພາຍ​ໃຕ້ ເງືອນ​ໄຂ​ຕໍ່​ໄປ​ນີ້:  

            -ຂໍ​ມູນບໍ່​ຄົບ​ຖ້​ວນ ຈື່ງບໍ່​ສາ​ມາດ ເຂົາ​ເປນ​ສະ​ມາ​ຊິກ 

            - ທຸກ​ການ​ກະ​ທຳ​ຜິດ ທີ່​ຜົນ​ກະ​ທົບ ຕໍ່ທາງ​ເຮົາ ແລະ ສະ​ມາ​ຊິກ​ອື່ນ

            -ບໍ່​ຍອມ​ຮັບ ຕໍ່​ເງື່ອນ​ໄຂ ແລະ ຂໍ​ຕົກ​ລົງ ຂອງ​ພວກ​ເຮົາ 

            -ເອົ​າ​ບັນ​ຊີ ຂອງ​ຕົ້ນ ເພື່ອ​ແລກ​ປ່ຽນ​ຜົນ​ປະ​ໂຫຍດ ແລະ ໃຫ້ ບຸກ​ຄົນ​ອື່ນ​ນຳ​ໃຊ້

            -ໄດ້ ບັນ​ຊີ ໂດຍ​ການ​ປອມ​ແປງ ຫລື ຫລັກ ລະ​ຫັດ​ຜ່ານ ຂອງບ​ຸກ​ຄົນ​ອື່ນ

            - ບໍ່​ຈ່າຍ ຄ່າ​ຂົນ​ສົ່ງ ປາຍ​ທາງ​ ຕາມ​ທີ່​ກຳ​ນົດ ໄວ້ ແລະ ຕາມ​ການ​ແຈ້ງ​ເຖິງ​ຂອງ​ພະ​ນັກ​ງານ 24


3- ເງື່ອນ​ໄຂ ການ​ບໍ​ລິ​ການ ຈັດ​ຊື້ ແລະ ການ​ຍົກ​ເລີກ ການ​ສັງ​ຊື້

    - ການສັງຊື້ ຜ່ານລະບົບ: ພາຍ​ຫລັງ ສົ່ງ​ໃບ​ສັງ​ຊື້ ໃນ​ລະ​ບົບ ແລະ ຊຳ​ລະ ຄ່າ​ສິນ​ຄ້າ ແລ້ວ, ທາງ​ເຮົາ ຈະ​ທຳ​ຫານ​ສັງ​ຊື້ ພາຍ​ໃນ 6-24 ຊົ່ວ​ໂມງ. ຮ້ານຄ້າ ພາຍໃນຈີນ ຈະໃຊ້ ເວລາ ຢູ່ 1-3 ມື້ ໃນການກຽມສິນ ແລະ ທຳການຈັດສົ່ງ(ບາງຮ້ານຄ້າ ມີເຄື່ອງພ້ອມສົ່ງ ກໍ່ສາມາດ ຈັດສົ່ງອອກພາຍໃນ ມື້ໄດ້ເລີຍ) ພາຍຫລັງ ສາມມື້ ການັງຊື້ ລູກຄ້າ ສາມາດ ເຂົາ ລະບົບ ເພື່ອກວດສອບ ສະຖານະ ການສັງຊື້ ແລະ ອາດ ຈະມີສິນຄ້າ ບາງສ່ວນ ສັງຊື້ ແລ້ວ ບໍ່ໄດ້ ຖ້າ ລູກຄ້າ ຕ້ອງການ ສາມາດ ເຂົາສັງຊື້ ຄືນໃຫມ່ 

    - ການຍກເລີກ ສິນຄ້າ: ​ສະ​ມາ​ຊິກ ສາ​ມາດ ຍົກເລີກ​ລາຍ​ການ​ສັງຕາມ​ເລກ​ບິນ​ສັງ​ຊື້ ຫລື ບາງ​ລາຍ​ການ ໃນ ເລກ​ບິນ​ສັງ​ຊື້ ແມ່ນ ພາຍ​ໃຕ້ ເງື່ອນໄຂ ດັ່ງ​ນີ້: 

        1-ສາ​ມາດ ຍົກ​ເລກ ລາຍ​ການ​ທັງ​ຫ​ນົດ ໃນ​ບິນ​ສັງ​ຊື​ໄດ້ ແມ່ນ​ເງື່ອນ​ທີ່​ຍັງ​ບໍ່​ໄດ້​ຊຳ​ລະ​ຄ່າ ສິນ​ຄ້າ 

        2-ຖ້າ​ຊຳ​ລະ​ແລ້ວ, ແຕ່​ຍາກ​ຍົກ​ເລີກທັ​ງ​ຫ​ນົດ ຫລື ບາງ​ລາຍ​ການ ຖ້າ​ກ່ອນ 4 ຊົວ່​ໂມງ​ຫລັງ​ການ ຊຳ​ລະ​ຄ່າ​ສິນ​ຄ້າ ແມ່ນ​ສາ​ມາດ ຍົກ​ເລີກ​ໄດ້

        3- ຕາມ​ເງືອນ​ໄຂ1 ແລະ ໃນ​ເງືອນ​ໄຂ2 ແມ່ນ​ຫລັງ5 ຊົ່ວ​ໂມງ ແມ່ນ​ຕ້ອງ​ໄດ້ ແຈ້ງ​ທາງ​ເຮົາ ​ເພື່ອ​ທາງ​ຈະ​ໄດ້ ກວດ​ກາ ລາຍ​ການ​ສັງ​ຊື້ ຖ້າ​ລາຍ​ການ​ໃດ ສາ​ມາດ ຍົກ​ເລີກ​ໄດ້ ທາງ​ເຮົາ ກໍ່​ຈະ​ຍົກ​ເລີກ ໃຫ້ ແລ້ວ ຕື່ມ​ເງີນ ຄ່າ ສິນ​ຄ້າ ທີ່ ຍົກ​ເລີກ ເຂົ້າ ກະ​ເປົາ ໃນ​ບັນ​ຊີ ຂອງ​ລະ​ບົບ​ໄວ້ 

        4- ໃນ​ກໍ​ລະ​ນີ ເຄື່ອງ​ຖືກ ສົ່ງ​ອອກ ຫລື ທາ​ຫ້ອງ​ການ ເຮົາ ຢູ່ ຈີນ ໄດ້ ຮັບ​ສິນ​ຄ້າ ແລ້ວ ແຕ່​ສະ​ມາ​ຊິກ ຕ້ອງ​ການ ສົ່ງ​ເຄື່ອງ​ກັບ ຫາ​ຜູ້​ຂາຍ ແມ່ນ ທາງ​ເຮົາ ຈະ​ຊ່ອຍ​ທ່ານ​ເຈ​ລະ​ຈາ ກັບ​ຮ້ານ​ຄ້າ  ແຕ່​ຕ້ອງ​ພາຍ​ໃຕ້ ການ ຍິນຍອມ ຂອງ​ຮ້ານ​ຄ້າ ວ່າ ເຫັນ​ສົມ​ຄວ​ນ ກໍ​ລະ​ນີ​ນີ້ ອາດ ຈະ​ມີ ຄ່າ​ໃຊ້​ຈ່າຍ​ເພີ້ມ ຂື້ນ ໂຕ​ນີ້ ເປັນ​ຄວາມ ຮັບ​ຜິດ​ຊອບ ຂອງ​ສະ​ມາ​ຊິກ 

        5- ການ​ຖອນ​ເງີນ ການ​ສັງ​ຊື ຂອງ​ສະ​ມາ​ຊິກ ຕ້ອງ​ພາຍ​ໃຕ້ ເງື່ອນ​ໄຂ ດັ່ງ​ນີ້: 

            -ສິນ​ຄ້າ ສັງ​ຊື້​ນັ້ນ​ບໍ່​ໄດ້ ຫລື ຜູ້​ຂາຍບໍ່​ສາ​ມາດ ສະ​ຫນອງ​ສິນ​ຄ້າ ແລະ ອອກ​ສິນ​ຄ້າ​ໃຫ້ 

           - ສິນ​ຄ້າ ສັງ​ຊື້ ແລ້ວ​ມາຊ້າ ຫລື ທາງ​ເຮົາ ທຳ​ການ​ຈັດ​ສົ່ງ​ໃຫ້ ຊ້າ ແຕ່ ບໍ່​ແມ່ນ​ໃນ​ກໍ​ລະ​ນີ ເຫັດ​ການ ທີ່ບໍ່​ຄາດ ຝັນ ຫລື ຄາດ​ຄິດ ນັ້ນ ແມ່ນ​ພາຍ​ຫລັງ​ຈາກ ມື້​ຊຳ​ລະ ເງີນ ມື້ ຕໍ່​ມາ 30 ມື້ (ບໍ່​ລວມ ເສົາ-ທິດ) ແຕ່​ຍັງ​ບໍ່​ໄດ້ ຮັບ​ເຄື່ົອງ ແມ່ນ​ສາ​ມາດ ສົ່​ງ​ຄືນ​ໄດ້ 

          - ການ​ຖອນ​ຄືນ ແມ່ນ ທາງ​ເຮົາ ຈະ​ຖອນ​ເຂົ້າ ກະ​ເປົາ ເງີນ​ຂອງ​ສະ​ມາ​ຊິກ ເຊີ່ງ​ສະ​ມາ​ຊິກ ບໍ່​ສາ​ມາດ ໂອນ​ຕໍ່​ໃຫ້ ກັບ​ບຸກ​ຄົນ​ອື່ນ​ໄດ້ ກໍ​ລະ​ນີ ສະ​ມາ​ຊິກ ຍາກ​ຮັບ​ເງີນ​ສົດ  ຫລື ໃຫ້​ໂອນ​ເຂົາ​ບັນ​ຊີ ທະ​ນາ​ຄານ ພວກ​ເຮົາ ແມ່ນຈະ​ທຳ​ການ​ພາຍ​ສັງ ຄຳ​ສ​ຫງ​ຖອນ ຖືກ​ສົ່ງ​ເຂົ້າ ລະ​ບົບ ແລະ​ໄລ​ຍະ​ເວ​ລາ ຄືນ​ເງີນ ແມ່ນ​ພາຍ​ໃນ 5ມື້    


4-ການ​ຊຳ​ລະ​ເງີນ​ການ​ສັງ​ຊື້ 

ທຸ​ການ​ສັງ​ຊື້ ຂອງ​ສະ​ມາ​ຊິກ​ທຸກ​ຄົນ ແມ່ນ​ຕ້ອງ​ທຳ​ການ ຊຳ​ລະ ເງີນ​ຄ່າ​ສິນ​ຄ້າ 100% ຫ​ນົດ. ດ້ວຍ ວິ​ທີ ດັ່ງ​ຕໍ່​ໄປ​ນີ້ : 

            -ຊຳ​ລະ ໂດຍ​ຜ່ານ​ລະ​ບົບ ອອນ​ລາຍ ຫລັງ​ການ​ສັງ​ຊື້

            -ຊຳ​ລະ​ຜ່ານດ ຜ່ານ​ການ ໂອນ​ຜ່ານ​ບັນ​ຊີ​ທະ​ນາ​ຄານ  ຫລື​ແຟັກ​ເງີນ ໂດຍ​ຜ່ານ​ທະ​ນາ​ຄານ

            - ຊຳລະ ທີ່ ຫ້ອງ​ການ​ຂອງ​ພວກ​ເຮົາ

            -ຖ້າ​ລູກ​ຄ​້າ ບໍ​ສະ​ດວກ ເຂົ້າ​ມາ ຊຳ​ລະ ທາງ​ເຮ​ົ​າ​ສາ​ມາດ ອອກ ໄປ​ເກັບ ເງີນ​ສົດ ນຳ​ໄດ້ 

ຫມາຍ​ເຫດ: ຖ້າ​ສະ​ມາ​ຊິກ​ທ່ານ​ໃດ ທຳ​ການ​ສັງ​ຊື່ ແລະ ຊຳ​ລະ ຄ່າ​ສິນ​ຄ້າ ພາຍ​ໃນ ຫລື ກ່ອນ 14:00 ທາງ​ເຮົາ ຈະ​ທຳ​ການ​ສັງ​ຊື້ ໃຫ້ ພາຍ​ໃນ​ມື້ ທັນ​ທີ


5-ວ່າ​ດ້ວຍ ຄ່າ​ຂົນ​ສົ່ງ ແລະ ການ​ຈັດ​ສົ່ງ ສິນ​ຄ້າ 

            - ຄ່າ​ບໍ​ລິ​ການ ຂົນ​ສົ່ງ ແມ່ນ ເລີ້ມ​ຕົ້ນ 20000 ກີບ/ກິ​ໂລ ແລະ 23000/ ກິບ​ຕໍ່​ກິ​ໂລ ສ​ຳ​ລັບ ເຄື່ອງ​ໄຟ​ຟ້າ ເຄື່ອງ​ອີ​ເລັກ​ໂທ​ຮ​ນິກ ແລະ ເຄື່ອງ​ແຕກ​ງ່າຍ ເຄື່ອງ​ໃຫ​ຍ່ ແມ່ນ​ໄລ່ ເປັນ​ຄິວ ຂຶ້ນ ກັບ​ປະ​ລິ​ມານ, ປະ​ເພດ ຂອງ​ສິນ​ຄ້າ ແລະ ຂະ​ຫ​ນາດ ຂອງ​ການ​ຫຸ້ມ​ຫໍ

             - ການຈັດສົ່ງ ພາຍໃນຈີນ ສະເລ່ຍ ແລ້ວ ປະມານ 3-5-6 ມື້ ຂື້ນກັບ ຄວາມພ້ອມຂອງຮ້ານ ໃນ ການ ຈັດສົ່ງເຄື່ອງ ແລະ ຄວາມ ໄວ້ ຂອງບໍລິສັດ ຂົນສົ່ງ ພາຍໃນ 

            - ປົກກະຕິແລ້ວ ການ ຈັດສົ່ງ ຂອງບໍລິສັດ ເຮົາ ແມ່ນ ຈະຢູ່ ປະມານ 4-5-7 ມື້ ຂຶ້ນກັບສະພາບການໃນຊ່ວງນັ້ນ (ສະພາບການ ໃນຊ່ວງນັ້ນ ຫມາຍເຖິງ : ຜົນກະທົບ ຈາກ ໄພທຳມະຊາດ ເຊັ່ນ ແຜ່ນດິນໄຫວ, ຝົນຕົກ ແຮງ, ນ້ຳຖ້ວມ ເຊີ່ງ ເຮັດ ໃຫ້ ທາງເຮົາ ບໍ່ສາມາດ ອອກເຄື່ອງໄດ້ ຫລື ອາດ ຈະມີ ຜົນກະທົບຈາກ ການກວດກາ ເຄື່ອງຂິດກະສິດ ຂອງກົມພາສີ ທັງສອງເບື່ອງ ຈາກ ດ່ານອອກຈີນ ແລະ ເຂົ້າ ລາວ ອາດ ຈະເຮັດເຄື່ອງຫລ້າຊ້າ ບາງກໍລະນີ ອາດ ຈະ ຮອດເດືອນ, ໃນກໍລະນີຈຳເປັນ ທາງເຮົາ ອາດຈະ ນຳສົ່ງ ສິນຄ້າ ດ້ສວຍການຂົນສົ່ງ ທາງທະເລ ເຊີ່ງ ເວລາ ອາດ ຈະ ລະຫວ່າງ 25-30 ມື້ ເຊີ່ງກໍລິນີ້ ບໍ່ເກີດຂຶ້ນ ເລື່ອຍເລື່ອຍ ແຕ່ ເຮົາຈະພະຍາຍາມສຸດຄວາມສາມາດ ໃນໄດ້ ອອກເຄື່ອງແລະ ສົ່ງເຄື່ອງເຖິງລູກຄ້າ ໄວ້ ເທົ່າທີ່ ຈະໄວ້ ໄດ້ ) ໃນກໍລະນີ ທາງເຮົາ ຈະບໍ່ຮັບເອົາ ເຄື່ອງຄືນ ຫລື ສົ່ງ ເງີນຄືນ ເພາະເຫດການນີ້ ເປັນ ເຫດການ ທີ່ບໍ່ຄາດຝັນ ໂດຍ ບໍ່ແມ່ນ ດ້ວຍຄວາມຕັ້ງໃຈ ຈາກ ທາງເຮົາ 

            - ສິ່ງ​ທີ່ ຫລີກ​ລ້ຽງ ບໍ່​ໄດ້ ແລະ ອາດຈະ​ເກີດ ຂື້ນ​ໃນ ລະ​ຫວ່າງ ການ​ຂົນ​ສົ່ງ: ​ການ​ຂີດ​ຂູດ, ປຸ້ມ​ປ້ຽວ ເຊີ່ງ​ອາດ​ຈະ​ເກີດ​ຂື້ນ ຈາກ ການ​ສັນ​ສະ​ເທືອນ ຂອງ​ລົດໃນ​ລະ​ຫວ່າງ​ການ​ເດີນທາງ ແຕ່​ພວກ​ເຮົາ ຈະ​ພະ​ຍາ​ຍາມ ໃຫ້ ຜູ້ ຂາຍ ໃຫ້ແພັກ ແລະ ຫຸ້ມ​ຫໍ ໃຫ້ ດີ​ທີ່​ສຸດ ແລະ ພະ​ນັກ​ງານ ຈັດ​ເຄື່ອງ​ຂື້ນ​ລົດ ໃນຈັດ​ວາງ​ຍ່າງ ລະ​ມັດ​ລະ​ຫວັງ ແລະ ຈະ​ເນັດ ໃຫ້​ດີ ທີ່​ສຸດ ເພື່ອ​ຫລີກ​ລ່ຽງ​ບັນ​ຫາ ດັ່ງ​ກ່າວ

            - ການ​ຈັດ​ສົ່ງ​ພາຍ​ໃນ ແມ່ນ ເຮົາ​ມີ​ບໍ​ລິ​ການ​ສົ່ງ​ໃຫ້ ລູກ​ຄ້າ ແຕ່ ຈະ​ມີ​ຄ່າ​ໃຊ້ ເພີ້ມ ໃນ​ການ​ອອກ​ສົ່ງ ຫລື ຈະ ເລືອກ ໃຊ້ ບໍ​ລິ​ສັດ ຂົນ​ສົ່ງ ທີ່ ລູກ​ຄ້າ​ເຄີຍ​ໃຊ້ ຫລື ໃຊ້​ບໍ​ລິ​ສັດ ຂົນ​ສົ່ງ ທີ່ ເຮົາຮ່ວມ​ມື​ກັນ ເຊັ່ນ CONNECT EXPRESS, DHL, EMS, ບັນ​ຈິດ ຂົນ​ສົ່ງ 


6-ວ່າ​ດ້ວຍ ຄວາມ​ຮັບ​ຜິດ​ຊອບ ຂອງ 24online.la ຕໍ່​ຕົວ​ສິນ​ຄ້າ, ຄຸນ​ນະ​ພາບ

ສິນ​ຄ້າ ທຸກ​ຍ່າງ ທຸກ​ປະ​ເພດ ທີ່​ລູກ​ຄ້າ ສັງ​ຊື້ ແມ່​ນ​ເຮົ​າ​ຈະ​ບໍ່​ຮັບ​ຜິດ​ຊອບ​ຕໍ່​ໂຕ​ສິນ​ຄ້າ ແລະ ຄຸນ​ນະ​ພາບ ທຸ​ກ​ປະ​ການ ເພາະ ເຮົາ ເປັນ​ພຽງ ຕົວ​ແທນ ຄົນ​ກາງ ໃນ​ການ​ສັງ​ຊື້ ເຮົາ​ບໍ່​ແມ່ນ ເວບ​ໄຊ ຂາຍ​ສິນ​ຄ້າ ນັ້ນ​ໂດຍ​ຕົງ ເຮົາ​ບໍ່​ເຄີຍ​ເຫັນ ແລະ ບໍ່​ເຄີຍ​ພັດ ກັບ​ສິນ​ຄ້າ ສະ​ນັ້ນ​ພວກ​ເຮົາ ບໍ່​ແຫລ່ງ​ທີ່​ມາ ວ່າ​ມີ​ຄຸນ​ນະ​ພາບ​ຊຳ​ໃດ ແລະ ອີກ​ດ້ານ​ຫ​ນື່ງ ລາ​ຄ​ສິນ​ຄ້າ ແລະ ຄຸນ​ນະ​ພາບ​ສິນ​ຄ້າ ຈະ​ໄປ​ພ້ອມ ຖ້າສະ​ມາ​ຊິກ ສັງ​ຊື້ ໃນລາ​ຄາ ທີ່ ຖືກ​ຫລາຍ ຄຸນ​ນະ​ພາບ ອາດ ຈະ​ມາບໍ່​ໄດ້ ດີ ຕາມ​ທີ່​ເຫັນ. ສະ​ນັ້ນ ເວ​ລາ​ສັງ​ຊື່ ໃຫ້ ສະ​ມາ​ຊິກ ພິ​ຈາ​ລະ​ນາ ລາຍ​ລະ​ອຽດ​ຄົບ​ຖ້​ວນ  ແຕ່​ຖ້າ​ຫາກວ່າ ຄວາມ ຜີດ​ພາດ ເກີດ ຈາກ ທາງ​ເຮົາ ໃນ​ຂະ​ບວນ​ການ​ສັງ​ຊື້ ແມ່ນ ທາງ​ເຮົາ ຈະ​ປ່ຽນ​ແທນ ຫື ຄືນ​ເງີນ ເຂົ່າ ກະ​ເປົາ​ເງິນ ໃນ​ລະ​ບົບ.

            - ຖ້າ​ສິນ​ຄ້າ ມີ​ບັນ​ຫາ​ດ້ານ​ຄຸນ​ນະ​ພາບ ພວກ​ເຮົາ ຈະ​ຊ່ອຍ​ທ່ານ​ເຈ​ລະ​ຈາ ເພື່ອ​ສົ່ງ​ກັບ​ປ່ຽນ​ສິນ​ຄ້າໃຫມ່ (ອາດ​ຈະ​ຕົກ​ລົງ​ຫລືບໍ່) ສະ​ມາ​ຊິກ ຕ້ອງ​ຮັບ​ປະ​ກັນ​ສິນ​ຄ້າ ຕ້ອງ​ຢູ່ ໃນ​ສະ​ພາບ​ເດີມ, ບໍ່​ໃຫ້ ແກະ​ປ້າຍ ຫລື ສະ​ຕິດ​ເກີ້ ທີ່​ມາ​ໃນ ຕົວ​ສິນ​ຄ້າ ອອກ ຢູ່​ໃນ​ຊ່ອງ​ໃນ​ສະ​ພາບ​ປົກ​ກະ​ຕິ, ຜູ້​ຂາຍ ຈື່ງ​ຮັບ​ປ່ຽນ​ສິນ​ຄ້າ ຄືນ ຫລື ຄືນ​ເງິນ​ແທນ​ໃຫ້ ເຊີ່ງ​ນີ້ ອາດ​ຈະ​ມີ​ຄ້າ ໃຊ້​ຈ່າຍ​ໃນ​ການ​ສ​ົງ ການ ໄລ​ຍະ​ເວ​ລາ ຄືນ ປ່ຽ​ແທນ ອາດ ຈະ ຫລ້າ​ຊ້າ ກ່ອນ​ເຄື່ອງ​ສັງ​ປົກ​ກະ​ຕິ​ທົ່ວ​ໄປ.


7-ວ່າ​ດ້ວຍ ການ​ຈັດ​ສົ່ງ​ສິນ​ຄ້າ ແລະ ການ​ຮັບ​ເຄື່ອງ ພາຍ​ຫລັງ​ເຄື່ອງ​ຮອດ​ສາງ​ລາວ ົ​

ຫລັງ​ຈາກ​ເຄື່ອງ​ລົງ​ສາງ​ເຮົາ ທາງ​ເຮົາ ຈະ​ທຳ​ການກວດ ເຊັດ ແລະ ກຽມ ຈັດ​ສົ່ງ ຫລື ລູກ​ຄ້າ ສາ​ມາດ ເຂົ້າ​ມາ ຮັບ​ເຄື່ອງ​ໄດ້ ທີ່ ຫ້ອງ​ການ ພ້ອມ​ທັງ​ກວດ​ເຊັດ​ສິນ​ຄ້າ ນຳ​ທາງ​ເຮົາ 

            - ສຳ​ລັບ ລູກ​ຄ້າ ພາຍ​ໃນ ນະ​ຄອນ​ຫລວງ ຕ້ອງ​ການ​ໃຫ້ ທາງ​ເຮົາ ຈັດ​ສົ່ງ ໃຫ້ ແມ່ນ ຕ້ອງ ແຈ້ງ​ທາງ​ເຮົາ ເພື່ອ​ເຮົາ ຈະ​ໄດ້ ຈັດ​ຄົນ​ອອກ​ໄປ ສົ່ງ ຫລັງ​ນັດ​ເວ​ລາ ສ​ົ່ງ​ກັນ ຖ້າ​ລູກ​ຄ້າ ມີ​ການ​ປ່ຽນ​ໃຫ້ ແຈ້ງ​ທາງ​ເຮົາ ກ່ອນ​ອອກ​ສົ່ງ​ເຄື່ອງ​ທຸກ​ຄັ້ງ​ງ​ທາງ​ເຮົາ ຈະ ໂທ​ຫາ ລຸກ​ຄ້າ ກ່ອນ ຖ້າ ສາຍບໍ່​ມີ​ການ​ຕອບ​ຮັບ​ທາງ​ເຮົາ ຈະ​ຍົກ​ເລີກ​ການ​ສົ່ງ​ເຄື່ອງ​ໃນ​ມ​ື້​ິ​ ນັ້ນ. ສາ​ມາດ ຈັດ​ສົ່ງ ໂດຍ​ບໍ​ລີສັດ​ຂົນ​ສົ່ງ ເອ​ກະ​ຊົນ ສະ​ມາ​ຊິກ​ສາ​ມາດ ລະ​ບຸ​ໃຫ້ ໄດ້

            - ລູກ​ຄ້າ ຕ່າງ​ແຂວງ ແມ່ນ ສາ​ມາດ ສົ່ງ ໂດຍຝາກ​ລົດ ໂດຍ​ສານ, ຝາກ​ບໍ​ລິ​ສັດ ຂົນ​ສົ່ງ​ເອ​ກະ​ຊົນ, ຝາກ​ທາງ​ຍົນ ແລ້ວ​ແຕ່ ຄວາມ​ຕ້ອງ​ການ ຂອງ​ສະ​ມາ​ຊິກ


8-ບໍ​ລິ​ການ​ອື່ນ​ອື່ນ ຂອງ24online.la

    -ການ​ສັງ​ຊື້ ຈາກ​ເວບ​ອື່ນ ເຊັ່ນ ALIBABA, ALIEXPRESS, EBAY,AMAZON, .... ຫລື ສັງ​ຊື້ ຈາກ ໂຮງ​ງານ ໃນ ເຄື່ອງ​ຂະ​ຫ​ນາດ ໃຫ​ຍ່ ແລະ ປະ​ລິ​ມານ​ຫລາຍ ແມ່ນ​ຈະ​ມີ ຄ່າ​ບໍ​ລິ​ການ​ປະ​ສານ​ງານ ສັງ​ຊື້ ຈາກ ພວກ​ເຮົາ ເຊີ່ງ​ເລີ້ມ ຕົ້ນ ຈາກ 3໌% ​ແລ້ວ ແຕ່​ປະ​ເພດ ແລະ ປະ​ລິ​ມານ ຂອງ​ສິນ​ຄ້າ ແລະ ຄ່າ​ຂົນ​ສົ່ງ ແມ່ນ ປະ​ເມີນຕາມ​ຕົວ​ສິນ​ຄ້າ ທີ່​ມາ ຕົວ​ຈິ່ງ

    -​ບໍ​ລິ​ການ ຂົນ​ສົ່ງ ຈີ​ນ-ໄທ-ລາວ ແລະ ລາວ-ໄທ-ຈີນ ແບບ​ຕູ້​ລວມ ຫ​ນູ່​ແລະ ແບບ​ຄອ​ນ​ເທີ​ເນີ ສ່ວນ​ຕົວ ຄ່າ​ໃຊ້​ຈ່າຍ ແມ່ນ ຂື້ນກບ ປະ​ລິ​ມານ, ປະ​ເພດ, ຂະ​ຫ​ນາດ ແລະ ເອ​ກະ​ສານ ແຈ້ງ​ເຂົາ ສ່ວນ​ລາຍ​ລະ​ອຽດ ເລື່ອງ​ລາ​ຄາ ການ ການ​ນຳ​ເຂົ້າ ໃຫ້ ຕິດ​ຕໍ່​ທາງ​ຫ້ອງ​ການ ເພີ້ມເຕີມ TEL/LINE/WATSAPP: 020-2992-0000


 9-ວ່າ​ດ້ວຍ​ຂິດ​ກະ​ສິດ ແລະ ການ​ນຳ​ໃຊ້: ຂໍ້​ມູນ ທຸກ​ຍ່າງ ບໍ່​ວ່າ ຈະ​ເປັນ ຂໍ້​ຄວາມ, ຮູບ​ພາບ, ວີ​ດີ​ໂອ ທີ່ ສະ​ແດງ​ໃນ​ຫ​ນ້າ ເວບ​ໄຊ ນີ້ ເປັນຊັບ​ສິນ ແລະ ຂິດ​ກະ​ສິດ ຂອງ24ONLINE.LA ແຕ່​ພຽວ​ຜູ້​ດຽວ ຖ້າ​ມີ​ການ​ນຳ​ໃຊ້ ແມ່ນ ຕ້ອງ​ພາຍ​ໃຕ້ ກາ​ຍິນຍອມ ຈາກມ​ທາງ ພວກ​ເຮົາ ຖ້າ​ບໍ​ດັ່ງ​ນັ້ນ ພວກ​ເຮົາ ຈະ​ຖືກວ່າ ບຸກ​ຄົນ​ລະ​ເມີດ ຕໍ່​ຊັບ​ສິນ​ທາງ​ປັນ​ຍາ ແລະ ອາດ​ຈະ​ຟ້ອງ​ຮ້ອງ ຫ້ ຊົດ​ເຊີຍ ຕໍ່​ຄວາມ​ເສຍ​ຫາຍ​ດັ່ງ​ກາວ ໂດຍ​ຕາມ​ກົດ​ຫມາຍ ຂອງ​ສ​ປ​ປ ລາວ 


ຂ້າ​ພະ​ເຈ​ົ້າ, ໄດ້ ອ່ານ ແລະ ທຳ​ຄວາມ​ເຂົ້າ ກັບ​ເງື່ອນ​ໄຂ ທັງ​ເທີ່ງ ຢ່າງ​ລະ​ອຽດ ແລະ ຄົບ​ຖ້ວນ ແລະ ຍິນ​ຍ້ອມ ຈະ​ປະ​ຕິ​ບັດ ຕາມ ເງື່ອນ​ໄຂ ດັ່ງ​ກາວ